Search Badges Account

ຣາຈານີ ມັກການແຕ້ມຮູບໂດຍການໃຊ້ຈິນຕະນາການຂອງລາວເອງ. ຢ່າງໃດກໍຕາມ ແມ່ຂອງລາວມັກສົງໄສວ່າ ເປັນຫຍັງຮູບແຕ້ມຂອງຣາຈານີຈິ່ງບໍ່ສົມຈິງ. ແລ້ວຣາຈານີ ຈະເຮັດໃຫ້ແມ່ຂອງລາວຮູ້ໄດ້ແນວໃດວ່າ ການແຕ້ມຮູບທີ່ຖືກຕ້ອງບໍ່ແມ່ນມີແຕ່ວິທີດຽວ?

ເຈົ້າ​ຢາກ​ມີ​ໝູ່​ທີ່​ພິ​ເສດ​ບໍ ລອງ​ອ່ານ​ປື້ມ​ເລັ້ມ​ນີ້ ແລ້ວ​ເຈົ້າ​ຈະ​ພົບ​ວ່າ ເຈົ້າ​ມີ​ໝູ່​ທີ່​ພິ​ເສດທີ່​ສຸດ​ຢູ່​ແລ້ວ!

ໜູນ້ອຍມັກໂອ້ອວດ ວ່າຕົນເອງເກັ່ງ ແລະ ແຂງແຮງກວ່າໝູ່. ມື້ນີ້ ລີງຊວນໝູ່ໄປຂີ່ເຮືອ ແຕ່ໝູຢາກຂີ່ຜູ້ດຽວ. ມັນຈະເກີດຫຍັງຂຶ້ນ? ໄປອ່ານນຳກັນເທາະ.

ສັດທັງຫຼາຍກຳລັງພາກັນຫິວໂຫຍ ແຕ່ຊາວນາພັດຍັງບໍ່ທັນກັບມາ. ພວກມັນເລີຍຕັດສິນໃຈຊອກຫາອາຫານກິນດ້ວຍຕົວເອງ. ແລະ ນັ້ນກໍ່ແມ່ນ ເມື່ອສິ່ງຕ່າງໆເກີດຂຶ້ນ!

ໝານ້ອຍໄດ້ຍິນສຽງທີ່ດັງຫຼາຍ ເຊິ່ງມັນລົບກວນການນອນໃນຕອນກາງຄືນ. ມັນຈິ່ງພະຍາຍາມຊອກຫາວ່າ ໃຜເປັນຜູ້ເຮັດສຽງດັງ ດັ່ງກ່າວນັ້ນ. ແລະ ເຈົ້າຄິດວ່າສຽງດັງນັ້ນ ແມ່ນມາຈາກໃສ?

ແອັບເປີ້ນສີຂຽວ ເປັນໝາກໄມ້ສີຂຽວພຽງຊະນິດດຽວ ທີ່ມີຢຸ່ໃນຕະຫຼາດ. ລາວຕ້ອງການເປັນສີແດງຄືກັນກັບໝາກໄມ້ຊະນິດອື່ນໆ. ມາຮ່ວມພະຈົນໄພໄປກັບແອັບເປີ້ນຂຽວ ເພື່ອປ່ຽນສີຂອງລາວ.

[object Object]

ນີ້ແມ່ນບົດກະວີສັ້ນກ່ຽວກັບໝວກຮູບຈວຍ ຫຼື ເອີ້ນວ່າ ກູບ ນັ້ນເອງ. ມັນເປັນໝວກທີ່ປະດິດມາຈາກໃບອ້ອຍ. ມັນຖືກນຳໃຊ້ໄດ້ຢ່າງຫຼວງຫຼາຍ. ແລ້ວເຈົ້າຕ້ອງການຮູ້ຂໍ້ມູນເພີ່ມເຕີມກ່ຽວກັບໝວກທີ່ໜ້າສົນໃຈນີ້ ຫຼື ບໍ?

ຊ້າງນ້ອຍກຽມໄປໂຮງຮຽນມື້ທຳອິດ. ລາວໄດ້ກຽມອຸປະກອນຫຼາຍຢ່າງໃສ່ຖົງ ແລະ ກໍໄປໂຮງຮຽນ. ຈະມີຫຍັງເກີດຂຶ້ນຢູ່ທີ່ໂຮງຮຽນ? ພວກເຮົານຳຊ້າງນ້ອຍໄປໂຮງຮຽນນຳກັນເທາະ.

​ເດັກ​ນ້ອຍ​ມັກ​ແບ່ງ​ປັນ​ປະ​ສົບ​ການ ຫລື ສິ່ງ​ທີ່​ພວກ​ເຂົາ​ຮູ້ ກັບ​ຜູ້​ອື່ນ. ‘​ໄປ​ຊຶ້​ປຶ້ມ​ອ່ານ’ ສະ​ແດງ​ໃຫ້​ເຫັນວ່າ ປະ​ສົບ​ການ​ເຫລົ່າ​ນັ້ນ​ມັນ​ມ່ວນ​ຂະ​ໜາດ​ໃດ. ລອງ​ໄປ​ຕິດ​ແທດ​ກັບ​ພວກ​ເຂົ້າ​ເອື້ອຍ​ນ້ອງ ຕອນ​ທີ່​ພວກ​ເຂົາ​ເລືອກ​ປຶ້ມ​ຢູ່​ໃນ​ຮ້ານ​ໜັງ​ສື. ແປ​ເປັນ​ພາ​ສາ​ລາວ​ໂດຍ ນ. ນິ​ພາ​ພອນ ຈະ​ເລີນ​ພົນ, ນ. ຫລ້າ​ນ້ອຍ ຈັນ​ທະ​ມີ​ໄຊ, ທ. ສຸ​ວຽງ ຜາ​ໄຊ, ທ. ອຳ​ພອນ ດວງ​ຄຳ​ດີ, ສີ​ໄກ​ສອນ ພົມ​ມະ​ເທບ. ກວດ​ແກ້​ພາ​ສາ​ລາວໂດຍ ປ. ປາ​ລີ​ນາ ແລະ ນ. ພຸດ​ສະ​ຫວັນ ສຸກ​ອ່ອນ​ສີ.